ວິທີການສັ່ງຊື້ ແລະ ການບໍລິການ

ການສັ່ງຊື້:

ການສັ່ງຊື້ Mobile Home , ໄລຍະເວລາການຕິດຕັ້ງຢູ່ສະໜາມ 2-3 ວັນ

  • ການມັດຈຳ ແລະ ການເຮັດສັນຍາ
ງວດທີ: 1 ມື້ເຮັດສັນຍາ ເຊັນແບບກໍ່ສ້າງ
ເລືອກແບບບ້ານ ວັດສະດຸ ແລະ ສີທີ່ໄຊ້ທັງໝົດ 1250,000 ກີບ (ເປັນເງິນສົດ ຫຼື ເຊັກເງິນສົດເທົ່ານັ້ນ. ໃນກໍລະນີທີ່ທ່ານລູກຄ້າໂອນເງິນຜ່ານທະນາຄານ ທາງບໍລິສັດພວກເຮົາຈະອອກໃບບິນຂ່າຍແລ້ວ ສົ່ງໄຫ້ຜ່ານທາງອີເມລ໌ ຫຼື ໄປສະນີ ເຊິ່ງຫຼັງຈາກທາງບໍລິສັດພວກເຮົາໄດ້ກວດສອບຍອດເງິນທີ່ໄດ້ຮັບແລ້ວ) ໃນການຊື້ຂາຍທາງບໍລິສັດຈະອອກໃບບິນໄຫ້ທຸກໆຄັ້ງ
ເອກະສານທີ່ທ່ານລູກຄ້າຄວນກະກຽມໄວ້ມີດັ່ງນີ້:
  1. ບັດປະຈຳຕົວ (ID CARD)
  2. ໃບຢັ້ງຢືນທີ່ຢູ່
ງວດທີ: 2 ວັນທີ່ສັ່ງຜະລິດເຮືອນ
ຫຼັງຈາກເຊັນສັນຍາແລ້ວ 4-5ວັນ ທ່ານລູກຄ້າຈະມີເວລາກັບເຂົ້າໄປເບຶ່ງແບບຈົນໄຫ້ໝັ້ນໃຈວ່າຈະບໍ່ແກ້ວຽກສີ ແລະ ແຜນຜັງການຂັ້ນຫ້ອງຕ່າງໆ ໃນງວດນີ້ໄຫ້ທ່ານລູກຄ້າວາງມັດຈຳກ່ອນ 30% (ໄຫ້ທ່ານລູກຄ້າລົງຊື່ພ້ອມລາຍເຊັນໃນແຜນຜັງພື້ນ)
ງວດທີ: 3 ວັນທີນັດສົ່ງເຮືອນໄຫ້ລູກຄ້າ
ລູກຄ້າຈະຈ່າຍເງິນກໍ່ຕໍ່ເມື່ອສິນຄ້າ ຫຼື ຕົວເຮືອນ ໄດ້ມາເຖິງທີ່ສະໜາມກໍ່ສ້າງຂອງທ່ານແລ້ວ ໂດຍທ່ານຕ້ອງຊຳລະເປັນເງິນສົດ ຫຼື ເຊັກເງິນສົດເທົານັ້ນ ເປັນຈຳນວນ 60% (ທ່ານລູກຄ້າຈະໄດ້ຮັບຕົວເຮືອນທີ່ແລ້ວສົມບູນພ້ອມທີ່ຈະຕິດຕັ້ງ)
ງວດທີ: 4 ໃນມື້ທີ່ຕິດຕັ້ງຕົວເຮືອນສຳເລັດເສັດຊີ້ນແລ້ວ ພ້ອມເດີນລະບົບນຳ້ ແລະ ລະບົບໄຟຟ້າພາຍໃນ ຊຸດຖັງອາຈົມ ບໍ່ນຳ້ເສຍເປັນທີ່ຮຽບຮ້ອຍ ທາງບໍລິສັດຈຶ່ງຈະຮຽກເກັບເງິນ 10% - 1250,000ກີບ = ຍອດຍັງເຫຼືອ

 ການສັ່ງຊື້ ເຮືອນນັອກດາວ (Knock Down Home) , ໄລຍະເວລາການກໍ່ສ້າງຢູ່ສະໜາມ 3-4 ອາທິດ

  1. ງວດທຳອິດ ເງິນສົດ 1250,000ກີບ ໃນມື້ທີ່ລູກຄ້າສັ່ງຊື ພ້ອມເຮັດສັນຍາທີ່ຫ້ອງການຂອງບໍລິສັດພວກເຮົາ ຫຼື ໜ້າໄຊທ໌ງານຂອງທາງບໍລິສັດພວກເຮົາເທົ່ານັ້ນ (ທ່ານລູກຄ້າກະລຸນາກຽມບັດປະຊາຊົນ)
  2. ງວດທີສອງ ວາງມັດຈຳ 30% ຫຼັງຈາກຊຳລະງວດທຳອິດບໍ່ໄຫ້ເກີນສາມວັນ ຫຼັງຈາກທີ່ເຊັນແບບອະນຸມັດການກໍ່ສ້າງສຳເລັດແລ້ວ (ໄຫ້ທ່ານລູກຄ້າລົງຊື່ພ້ອມລາຍເຊັນໃນແຜນຜັງພື້ນ)
  3. ງວດທີສາມ ຈ່າຍເງິນສົດ 50% ທີ່ໜ້າງານຂອງລູກຄ້າ ໃນມື້ທີ່ເຮັດໂຄງສ້າງຫຼັງຄາສຳເລັດ ຫຼື ບໍ່ເກີນ 24 ຊົ່ວໂມງຫຼັງຈາກໄດ້ຮັບໜັງສືຮຽກເກັບເງິນຂອງທາງບໍລິສັດພວກເຮົາ
  4. ງວດທີສີ່ ຈ່າຍເງິນ 15% ໃນມື້ນັດກວດສອບເຮືອນ (ກ່ອນ ຫຼື ຫຼັງທຳການກວດສອບ)
  5. ງວດສຸດທ້າຍ ທີ່ຍັງເຫຼືອທັງໝົດ ແມ່ນຫຼັງຈາກເກັບງານພ້ອມສົ່ງ - ມອບງານ 1 - 2ວັນ ຫຼັງຈາກກວດກາສະພາບເຮືອນແລ້ວ

ການບໍລິການ ແລະ ຂອບເຂດການໄຫ້ບໍລິການ:

ພວກເຮົາມີບໍລິການຂົນສົ່ງທົ່ວທຸກພາກ ທຸກແຂວງຂອງລາວ

    No comments:

    Post a Comment